ຮອງເຈົ້າເມືອງອຸທຸມພອນ ຫ້າມແມ່ຄ້າ-ຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າໃນງານເທດສະການປີ  ໃໝ່ລາວ ພສ 2567

ຮອງເຈົ້າເມືອງອຸທຸມພອນ ຫ້າມແມ່ຄ້າ-ຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າໃນງານເທດສະການປີ  ໃໝ່ລາວ ພສ 2567
ໃນວັນທີ 10 ເມສາຜ່ານມາ, ການນໍາເມືອງອຸທຸມພອນ ແຂວງສະຫວັນນະເຂດ ຊຶ່ງນໍາໂດຍທ່ານ  ຄໍາພົງ ສຸລິເຍດ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານເສດຖະກິດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາລາຄາສິນຄ້າຕາມທ້ອງຕະຫຼາດ (ຕະຫຼາດຄົບວົງຈອນເຊໂນ) ຊ່ຶງທ່ານໄດ້ເນັ້ນວ່າ: ເພື່ອບໍ່ໃຫ້ແມ່ຄ້າຊາວຂາຍເຄື່ອງອຸປະໂພກ, ບໍລິໂພກ ໂດຍສະເພາະ ແມ່ນແມ່ຄ້າຂາຍຊິ້ນໝູ, ຊິ້ນງົວ, ຊິ້ນຄວາຍ, ປາ, ພືດຜັກ, ຂ່າ-ຂີງ ແລະ ອື່ນໆ ສວຍໂອກາດຂຶ້ນລາຄາສິນຄ້າຕາມອໍາເພີໃຈ, ບໍ່ໃຫ້ໂກງຕາຊັ່ງຕາຊິງ ເພື່ອເອົາລັດເອົາປຽບຜູ້ບໍລິໂພກ. ຜ່ານມາມັກມີການເໜັງຕີງເລື່ອງລາຄາສິນຄ້າ, ພ້ອມທັງເບິ່ງຄວາມພ້ອມທາງດ້ານສະບຽງອາຫານ ໂດຍສະເພາະ ປາ, ຊິ້ນໝູ ໃນຕະຫຼາດຊິພຽງພໍຕໍ່ກັບຄວາມຕ້ອງການຂອງຜູ້ບໍລິໂພກບໍ່, ຊິ້ນງົວ, ຊິ້ນຄວາຍ ສ່ວນຫຼວງຫຼາຍແລ້ວປະຊາຊົນເຂົາເຈົ້າບໍ່ຄ່ອຍບໍລິໂພກປານໃດ ເຂົາເຈົ້າຫັນໄປບໍລິໂພກຊິ້ນໝູ ແລະ ປາ ເປັນສ່ວນໃຫຍ່
    ສໍາລັບແມ່ຄ້າຜູ້ທີ່ຂາຍຊິ້ນງົວ, ຄວາຍໃນຕະຫຼາດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິນວ່າ: ບຸນປີໃໝ່ລາວປີກາຍນີ້ການຂາຍຊິ້ນແມ່ນຂາຍດີອີຫຼີ, ສ່ວນຫຼາຍປະຊາຊົນແຖວເຂດນອກລູກຫຼານເຂົາເຈົ້າທີ່ກັບມາແຕ່ທໍາງານຢູ່ປະເທດໄກ້ຄຽງເຂົາເຈົ້າຈະມາແວ່ຊື້ຊິ້ນງົວ, ຊິ້ນຄວາຍເມືອຕ້ອນພໍ່ແມ່, ອ້າຍ, ເອື້ອຍນ້ອງ, ແຕ່ປີໃໝ່ລາວ ພສ 2567 ປີນີ້ ການຂາຍຊິ້ນແມ່ນບໍ່ໄດ້ດີປານໃດ, ຍ້ອນມີກຸ່ມຄົນບໍ່ດີຈໍານວນໜຶ່ງໂຄສະນາທາງສື່ສັງຄົມອອນລາຍ ກ່ຽວກັບງົວ, ຄວາຍເປັນພະຍາດຫຼາຍແລ້ວຕາຍ ເຮັດໃຫ້ຄົນຢ້ານກວາ ແລະ ບໍ່ມີຜູ້ມາຊື້ຊິ້ນໃຜກະຢ້ານໄປຕ່າງໆນາໆ. ສະນັ້ນແລ້ວຈິ່ງເຮັດໃຫ້ການຄ້າຂາຍຊິ້ນບໍ່ຄຶກຄື້ນຄືປີທີ່ຜ່ານມາ, ຂາຍໄດ້ມື້ໜຶ່ງພຽງແຕ່ 2 ຫາ 3 ກິໂລເທົ່ານັ້ນ
    ສໍາລັບທາງດ້ານພະນັກງານວິຊາການຫ້ອງການກະສິກໍາ-ປ່າໄມ້ເມືອງເວົ້າວ່າ: ການສະໜອງຊິ້ນ, ປາໃຫ້ກັບຕະຫຼາດທົ່ວເມືອງອຸທຸມພອນໃນງານເທດສະການບຸນປີໃໝ່ລາວ ພສ 2567 ປີນີ້ໜ້າຈະພຽງພໍຕໍ່ຄວາມຕ້ອງການຂອງປະຊາຊົນຜູ້ບໍລິໂພກພາຍໃນເມືອງ.
(ຂ່າວ: ສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສານປະຊາຊົນສູງສຸດ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ

ສານປະຊາຊົນສູງສຸດ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ

ສານປະຊາຊົນສູງສຸດໄດ້ຈັດປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອດ 80 ປີ ຂຶ້ນໃນວັນທີ 27 ມີນານີ້ ທີ່ກະຊວງດັ່ງກ່າວ, ໂດຍການປາຖະກະຖາຂອງ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸກດ, ມີບັນດາຄະນະພັກ,ສະມາຊິກພັກ ແລະ ພະນັກງານວິຊາການພາຍໃນກະຊວງເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າແກ້ໄຂຜົນກະທົບ ຜູ້ປະສົບໄພພິບັດ

ກອງປະຊຸມຄົ້ນຄວ້າແກ້ໄຂຜົນກະທົບ ຜູ້ປະສົບໄພພິບັດ

ກອງປະຊຸມຄົ້ນຄວ້າແກ້ໄຂຜົນກະທົບຕໍ່ຄອບຄົວຜູ້ປະສົບໄພພິບັດ ໃນ 17 ບ້ານຂອງສອງເມືອງ (ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ) ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້ ທີ່ຫ້ອງວ່າການນະຄອອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະພັນກຳມະບານເມືອງບໍ່ແຕນ ຈັດກອງປະຊຸມຄົບຄະນະບໍລິຫານງານ ຄັງທີ 2 ສະໄໝທີ VII

ສະຫະພັນກຳມະບານເມືອງບໍ່ແຕນ ຈັດກອງປະຊຸມຄົບຄະນະບໍລິຫານງານ ຄັງທີ 2 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງບໍ່ແຕນ ແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ VII ໄດ້ໄຂຂຶ້ນໃນວັນທີ 26 ມີນານີ, ໂດຍເປັນປະທານຂອງ ສະຫາຍ ນາງ ເສີຍ ວິໄລທອງ ກຳມະການພັກເມືອງ ຄະນະບໍລິຫານງານສະພັນກຳມະນານແຂວງ ປະທານສະຫະພັນກຳມະບານເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ໃນທົ່ວເມືອງເຂົ້າຮ່ວມ.
ຄກສພ-ອກຫລ ປະກາດການຍົກຍ້າຍ ແລະ ອອກພັກການ-ຮັບອຸດ ໜູນບໍານານ

ຄກສພ-ອກຫລ ປະກາດການຍົກຍ້າຍ ແລະ ອອກພັກການ-ຮັບອຸດ ໜູນບໍານານ

ໃນວັນທີ 26 ມີນາ ນີ້ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ (ຄກສພ-ອກຫລ ) ໄດ້ຈັດພິທີປະກາດການຍົກຍ້າຍ ແລະ ອອກພັກການ-ຮັບອຸດໜູນບໍານານຂອງພະນັກງານນຳພາ-ຄຸ້ມຄອງ ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ; ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຕະຫຼອດຮອດພະນັກງານ-ລັດຖະກອນທົ່ວອົງການເຂົ້າຮ່ວມ.
ກະຊວງການຕ່າງປະເທດ ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກະຊວງການຕ່າງປະເທດ ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໃນວັນທີ 25 ມີນາ ນີ້, ກະຊວງການຕ່າງປະເທດ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ມະຕິຂອງລັດຖະບານ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ພ້ອມຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ; ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ ແລະ ມູນເຊື້ອການກຳເນີດ ແລະ ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຄົບຮອບ 70 ປີ
ກອງກອງຮ້ອຍທະຫານຊາຍແດນ 159 ອົບຮົມ ຫັດແອບການທະຫານປະຈຳປີ 2026

ກອງກອງຮ້ອຍທະຫານຊາຍແດນ 159 ອົບຮົມ ຫັດແອບການທະຫານປະຈຳປີ 2026

ກອງຮ້ອຍທະຫານຊາຍແດນ 159 ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຊຸດອົບຮົມຫັດແອນການທະຫານ, ການເມືອງ, ພາລາທິການ-ເຕັກນິກ ແລະ ວິຊາສະເພາະຄຸ້ມຄອງປ້ອງກັນຊາຍແດນປະຈຳປີ 2026 ຂຶ້ນຢູ່ທີ່ກອງຮ້ອຍດັ່ງກ່າວ ໃນວັນທີ 25 ມີນານີ້, ໂດຍການເປັນປະທານ ຂອງສະຫາຍ ຮອ ພຸດທະສັກ ທ່ຽງສານໄຊ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 159, ມີຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານພາຍໃນກົມກອງ ເຂົ້າຮ່ວມ.
ການນຳ ສຊປລ ມອບເຄື່ອງໃຫ້ກອງພັນໃຫຍ່ ຈໍ 11 ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ການນຳ ສຊປລ ມອບເຄື່ອງໃຫ້ກອງພັນໃຫຍ່ ຈໍ 11 ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ວັນທີ 25 ມີນາ ນີ້ ທີ່ສະໂມສອນໃຫຍ່ ກອງພັນໃຫຍ່ ຈໍ 11, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ພ້ອມຄະນະ ໄດ້ລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອໃຫ້ກອງພັນໃຫຍ່ ຈໍ 11 ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັນເອກ ຄຳສາຍ ມຸນດວງສິງ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ ຈໍ 11 ພ້ອມຄະນະຕ້ອນຮັບ.
ມອບ-ຮັບ ເງິນລາງວັນໃຫ້ຜູ້ໂຊກດີ ຖືກລາງວັນທີ 1

ມອບ-ຮັບ ເງິນລາງວັນໃຫ້ຜູ້ໂຊກດີ ຖືກລາງວັນທີ 1

ມອບ-ຮັບລາງວັນໃຫ້ແກ່ຜູ້ໂຊກດີ ທີ່ຖືກລາງວັນທີ 1 ກັບ ບໍລິສັດລາວໂລໂຕ ຈຳກັດ (ຫວຍແຮັບປີ້ໂລໂຕ 5/45) ຊຶ່ງໄດ້ຈຳໜ່າຍເລີ່ມແຕ່ວັນທີ 12 ກຸມພາ 2022 ແລະ ຮອດປັດຈຸບັນແມ່ນ ອອກລາງວັນງວດທີ 32, ອອກຄັ້ງວັນທີ 18 ມີນາ 2026 ຜ່ານມານີ້ ຊຶ່ງຜູ້ໂຊກດີຖືກລາງວັນມູນຄ່າ 1,360,483,575 ກີບ. ຜູ້ໂຊກດີທີ່ຖືກລາງວັນດັ່ງກ່າວແມ່ນ ທ່ານ ນາງ ທິດາວັນ ລາດສະຄຳ ອາຍຸ 33 ປີ ບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ມອບລາງວັນໂດຍ ທ່ານ ພຸດທະສັກ ພົມມະຈັກ ຮອງຜູ້ອຳນວຍການ ບໍລິສັດລັດວິສາຫະກິດຫວຍພັດທະນາ, ພ້ອມດ້ວຍສັກຂີພິຍານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ ຊຶ່ງພິທີໄດ້ຈັດຂຶ້ນໃນວັນທີ 25 ມີນານີ້ ທີ່ບໍລິສັດລັດວິສາຫະກິດຫວຍພັດທະນາ.
ກະຊວງຍຸຕິທຳ ປາຖະກະຖາ ສຳຄັນຂອງຊາດ

ກະຊວງຍຸຕິທຳ ປາຖະກະຖາ ສຳຄັນຂອງຊາດ

ກະຊວງຍຸຕິທຳ ໄດ້ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອດ 80 ປີ ຂຶ້ນໃນວັນທີ 25 ມີນານີ້ ທີ່ກະຊວງດັ່ງກ່າວ, ໂດຍການປາຖະກະຖາຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນການພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານວິຊາການພາຍໃນກະຊວງເຂົ້າຮ່ວມ.
ກອງປະຊຸມຄັ້ງທີ I ຄະນະກໍາມະການຄຸ້ມຄອງນໍ້າແຫ່ງຊາດ

ກອງປະຊຸມຄັ້ງທີ I ຄະນະກໍາມະການຄຸ້ມຄອງນໍ້າແຫ່ງຊາດ

ກອງປະຊຸມຄັ້ງທີ I ຂອງຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 25 ມີນາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ປະທານຄະນະກຳມະການຄຸ້ມຄອງນ້ຳແຫ່ງຊາດ ມີບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ, ສະມາຊິກຂອງຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ, ບັນດາທ່ານຜູ້ຕາງໜ້າຂັ້ນແຂວງທີ່ຢູ່ໃນຫ້ອງປະຊຸມ ແລະ ຜ່ານລະບົບທາງໄກ ເຂົ້າຮ່ວມ.
ເພີ່ມເຕີມ